ອອນໄລສເຕສເມັນ


ການບໍລິການ LDB Online Statement
LDB Online Satement ເປັນການບໍລິການທີ່ສ້າງຄວາມສະດວກສະບາຍໃຫ້ແກ່ລູກຄ້າ ຜູ້ທີ່ມີຈຸດປະສົງຕ້ອງການຕິດຕາມການ ເຄື່ອນໄຫວຂອງບັນຊີຕົນເອງ ຜ່ານທາງລະບົບ Internet
ປະໂຫຍດທີ່ທ່ານຈະໄດ້ຮັບຈາກການບໍລິການ LDB Online Statement
ທ່ານສາມາດນໍາໃຊ້ບໍລິການ LDB Online Statement ໄດ້ທົ່ວທຸກມູມໂລກທີ່ສາມາດເຊື່ອມຕໍ່ Internet. ເຊິ່ງທ່ານສາມາດກວດ ສອບລາຍການບັນຊີ ແລະ ຍອດເຫຼືອບັນຊີຜ່ານທາງລະບົບ Internet; ສາມາດກວດ ສອບລາຍລະອຽດຂອງເງິນຝາກປະຈໍາ ແລະ ເງິນກູ້ຕິດຕາມໜີ້ຄ້າງສຳລະ; ສາມາດກວດສອບ Mini-Statement ຂອງເງິນຝາກປະຢັດ, ກະແສລາຍວັນ ແລະ ເງິນ ຝາກປະຈໍາ; ທ່ານສາມາດປ່ຽນລະຫັດ ຜ່ານເຂົ້າໃຊ້ບໍລິການ Online Statement ດ້ວຍຕົວທ່ານເອງໄດ້ ແລະ ອື່ນໆອີກ.
ເຊື່ອໜັ້ນໃນການຮັກສາຄວາມປອດໄພຂອງລະບົບ LDB Online Statement
ທ່ານສາມາດໝັ້ນໃຈໃນມາດຕະຖານ ເທັກໂນໂລຊີ ລະບົບຮັກສາຄວາມປອດໄພ ແລະ ການຈັດເກັບຂໍ້ມູນ ການເຮັດວຽກຂອງທ່ານໄດ້ ເພາະທາງທະນາຄານມີການວາງລະບົບເຄືອຂ່າຍ ແລະ Firewal ທີ່ມີປະສິດທິ ພາບ ແລະ ການເຂົ້າລະຫັດຂໍ້ມູນ (Data Encryption) ແລະ ລະຫັດຜ່ານເຂົ້າລະບົບໃນການເຂົ້າໃຊ້ບໍລິການ LDB Online Statement.

ไม่มีความคิดเห็น:

แสดงความคิดเห็น