ທະນາຄານພັດທະນາລາວ
ແມ່ນທະນາຄານທຸລະກິດລັດແຫ່ງໜຶ່ງ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ ແລະ
ຖືຫຸ້ນໂດຍກະຊວງການເງິນ. ທະນາຄານພັດທະນາລາວ
ໄດ້ປະກອບສ່ວນເຂົ້າຢ່າງຕັ້ງໜ້າເຂົ້າໃນການຂະຫຍາຍມະຕິກອງປະ ໂດຍໄດ້ປະຕິບັດຕາມສິດຂອບເຂດພະລະບົດບາດຂອງຕົນ
ໃນການພັດທະນາເສດຖະກິດສັງຄົມຂອງຊາດເປັນແຕ່ລະໄລຍະ.
ໃນປີ
1999 ລັດຖະບານກໍ່ຄື ທະນາຄານແຫ່ງ ສປປ ລາວ
ໄດ້ມີທິດທາງນະໂຍບາຍປັບປຸງ ບັນດາທະນາຄານທຸລະກິດຂອງລັດຄືນໃໝ່
ຍ້ອນວ່າທະນາຄານທຸລະກິດຂອງລັດມີລັກສະນະເປັນທະນາຄານແບບທ້ອງຖິ່ນ, ຕັ້ງຢູ່ຕາມພູມມິພາກຕ່າງໆ, ກະແຈກກະຈາຍ, ຂາດກໍາລັງແຮງທາງດ້ານການເງິນ, ການຈັດຕັ້ງສາຂາຊໍ້າຊ້ອນກັນ, ຕົ້ນທຶນການດໍາເນີນງານສູງ, ຄວາມສາມາດໃນການແຂ່ງຂັນຕໍ່າ, ການເຄື່ອນໄຫວທຸລະກິດມີລັກສະນະຈໍາກັດ, ບໍ່ສາມາດເປີດກວ້າງອອກສູ່ພາຍນອກ ແລະ
ການພົວພັນສາກົດໄດ້. ດ້ວຍເຫດນັ້ນຈິ່ງໄດ້ມີການຮ່ວມບັນດາທະນາຄານທີ່ກະແຈກກະຈາຍເຂົ້າກັນໄດ້ເປັນ
(ທະນາຄານລ້ານຊ້າງຈໍາກັດ ແລະ ທະນາຄານລາວໃໝ່ຈໍາກັດ).
ທະນາຄານພັດທະນາລາວ
ສ້າງຕັ້ງຂື້ນໂດຍຫັນເອົາ 2
ທະນາຄານທຸລະກິດລັດລວມຕົວເຂົ້າກັນ, ເຊິ່ງປະກອບມີ:
ທະນາຄານລາວໃໝ່ຈໍາກັດ ແລະ ທະນາຄານລ້ານຊ້າງຈໍາກັດ ພ້ອມກັນນີ້ກໍ່ໂຮມເອົາຊັບສິນ, ໜີ້ສີນ ແລະ ພະນັກງານທະນາຄານທັງໝົດເຂົ້າກັນ.
ການລວມຕົວກັນຄັ້ງນີ້ແມ່ນ ເພື່ອຈຸດປະສົງ ເປັນການຟື້ນຟູ, ສ້າງຄວາມໝັ້ນຄົງແຂງແກ່ນ, ເປັນທີ່ໄວ້ວາງໃຈຂອງສັງຄົມ, ຫັນເອົາວຽກງານທະນາຄານໄປສູ່ການດໍາເນີນທຸລະກິດທີ່ມີການໄລ່ລຽງ
ທັງອໍານວຍຄວາມສະດວກ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດພຽບພ້ອມໄປດ້ວຍບຸກຄະລາກອນທີ່ມີຄຸນນະພາບ, ມີຄວາມສາມາດຢ່າງກ້ວາງຂວາງ ແລະ
ທັນສະໄໝກວ່າເກົ່າ. ຮັບປະກັນໄດ້ສິດຜົນປະໂຫຍດຂອງລູກຄ້າຜູ້ໃຊ້ບໍລິການ
ເວົ້າສະເພາະແມ່ນການຜັນຂະຫຍາຍ ແລະ
ຈັດຕັ້ງມະຕິກອງປະຊຸມໃຫຍ່ກໍຄືບັນດາຄາດໝາຍສູ້ຊົນທີ່ພັກ ແລະ
ລັດຖະບານໄດ້ກໍານົດອອກໄວ້ນັ້ນໃຫ້ປະກົດຜົນເປັນຈິງ.
ພາຍຫຼັງລວມຕົວແຕ່ປິ
2003 ເປັນຕົ້ນມາ ແຕ່ກ່ອນທະນາຄານພັດທະນາລາວ
ມີສໍານັກງານໃຫຍ່ຕັ້ງຢູ່ອາຄານ ເລກທີ 39 ຖະໜົນ
ປາງຄໍາ, ບ້ານຊຽງຢືນ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
ແລະ ໄດ້ຍ້າຍສໍານັກງານໃຫຍ່ ມາຢູ່ອາຄານເລກທີ 013, ຖະໜົນສຸພານຸວົງ, ບ້ານສີຫອມ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ.
ຕະຫຼອດໄລຍະທີ່ຜ່ານມາ
ທະນາຄານພັດທະນາລາວ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວເພີ່ມຂຶ້ນໃນແຕ່ລະດ້ານຢ່າງຕໍ່ເນື່ອງ
ທາງດ້ານບຸກຄະລາກອນ, ວິຊາສະເພາະ ແລະ
ໄດ້ຫັນເປັນລະບົບທີ່ທັນສະໄໝນໍາໃຊ້ເຕັກໂນໂລຊີໃໝ່ເຂົ້າໃນວຽກງານນັບມື້ນັບຂະຫຍາຍເມື່ອທຽບໃສ່ແຕ່ກ່ອນ.
ເຊິ່ງສະແດງອອກຄື: ທະນາຄານພັດທະນາລາວ ໃນການໃຫ້ບໍລິການສິນເຊື່ອ ເພື່ອສົ່ງເສີມ ແລະ
ພັດທະນາວິສະຫະກິດຂະໜາດນ້ອຍ ແລະ ກາງ ໃນທຸກຂະແໜງການເສດຖະກິດ. ແນ່ໃສ່ການສົ່ງເສີມພື້ນຖານເສດຖະກິດຂອງຊາດໃຫ້ມີຄວາມເຂັ້ມແຂງ, ສ້າງວຽກເຮັດງານທໍາໃຫ້ປະຊາຊົນ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.
ໄດ້ມີການປັບປ່ຽນ ແລະ ພັດທະນາລະບົບຂໍ້ມູນຂ່າວສານຈາກການນໍາໃຊ້ລະບົບ BANK2000 ທີ່ນໍາໃຊ້ມາແຕ່ປີ 2003 ມາເປັນລະບົບ CORE BANKING ທີ່ເອີ້ນວ່າ: T24 ໃນວັນທີ 01/03/2010.
ປະຈຸບັນແມ່ນໄດ້
Online ຢູ່ທົ່ວລະບົບ. ໄດ້ເປີດນໍາໃຊ້ການດໍາເນີນທຸລະກໍາ
ທາງດ້ານການເງິນຜ່ານລະບົບຕູ້ ATM. ແລະ ເປັນທະນາຄານແຫ່ງທໍາອິດ
ທີ່ນໍາໃຊ້ລະບົບ Mobile Banking ໃນຮູບແບບ M-Commerce ຢ່າງເຕັມຮູບແບບ.
ไม่มีความคิดเห็น:
แสดงความคิดเห็น