- ຄວາມເປັນມາຂອງທະນາຄານພັດທະນາລາວ
- ທະນາຄານພັດທະນາລາວ ແມ່ນທະນາຄານທຸລະກິດລັດແຫ່ງໜຶ່ງ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ ແລະ ຖືຫຸ້ນໂດຍກະຊວງການເງິນ. ທະນາຄານພັດທະນາລາວ ໄດ້ປະກອບສ່ວນເຂົ້າຢ່າງຕັ້ງໜ້າເຂົ້າໃນການຂະຫຍາຍມະຕິກອງປະ ໂດຍໄດ້ປະຕິບັດຕາມສິດຂອບເຂດພະລະບົດບາດຂອງຕົນ ໃນການພັດທະນາເສດຖະກິດສັງຄົມຂອງຊາດເປັນແຕ່ລະໄລຍະ.
- ໃນປີ 1999 ລັດຖະບານກໍ່ຄື ທະນາຄານແຫ່ງ ສປປ ລາວ ໄດ້ມີທິດທາງນະໂຍບາຍປັບປຸງ ບັນດາທະນາຄານທຸລະກິດຂອງລັດຄືນໃໝ່ ຍ້ອນວ່າທະນາຄານທຸລະກິດຂອງລັດມີລັກສະນະເປັນທະນາຄານແບບທ້ອງຖິ່ນ, ຕັ້ງຢູ່ຕາມພູມມິພາກຕ່າງໆ, ກະແຈກກະຈາຍ, ຂາດກໍາລັງແຮງທາງດ້ານການເງິນ, ການຈັດຕັ້ງສາຂາຊໍ້າຊ້ອນກັນ, ຕົ້ນທຶນການດໍາເນີນງານສູງ, ຄວາມສາມາດໃນການແຂ່ງຂັນຕໍ່າ, ການເຄື່ອນໄຫວທຸລະກິດມີລັກສະນະຈໍາກັດ, ບໍ່ສາມາດເປີດກວ້າງອອກສູ່ພາຍນອກ ແລະ ການພົວພັນສາກົດໄດ້. ດ້ວຍເຫດນັ້ນຈິ່ງໄດ້ມີການຮ່ວມບັນດາທະນາຄານທີ່ກະແຈກກະຈາຍເຂົ້າກັນໄດ້ເປັນ (ທະນາຄານລ້ານຊ້າງຈໍາກັດ ແລະ ທະນາຄານລາວໃໝ່ຈໍາກັດ).
- ທະນາຄານພັດທະນາລາວ ສ້າງຕັ້ງຂື້ນໂດຍຫັນເອົາ 2 ທະນາຄານທຸລະກິດລັດລວມຕົວເຂົ້າກັນ, ເຊິ່ງປະກອບມີ: ທະນາຄານລາວໃໝ່ຈໍາກັດ ແລະ ທະນາຄານລ້ານຊ້າງຈໍາກັດ ພ້ອມກັນນີ້ກໍ່ໂຮມເອົາຊັບສິນ, ໜີ້ສີນ ແລະ ພະນັກງານທະນາຄານທັງໝົດເຂົ້າກັນ. ການລວມຕົວກັນຄັ້ງນີ້ແມ່ນ ເພື່ອຈຸດປະສົງ ເປັນການຟື້ນຟູ, ສ້າງຄວາມໝັ້ນຄົງແຂງແກ່ນ, ເປັນທີ່ໄວ້ວາງໃຈຂອງສັງຄົມ, ຫັນເອົາວຽກງານທະນາຄານໄປສູ່ການດໍາເນີນທຸລະກິດທີ່ມີການໄລ່ລຽງ ທັງອໍານວຍຄວາມສະດວກ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດພຽບພ້ອມໄປດ້ວຍບຸກຄະລາກອນທີ່ມີຄຸນນະພາບ, ມີຄວາມສາມາດຢ່າງກ້ວາງຂວາງ ແລະ ທັນສະໄໝກວ່າເກົ່າ. ຮັບປະກັນໄດ້ສິດຜົນປະໂຫຍດຂອງລູກຄ້າຜູ້ໃຊ້ບໍລິການ ເວົ້າສະເພາະແມ່ນການຜັນຂະຫຍາຍ ແລະ ຈັດຕັ້ງມະຕິກອງປະຊຸມໃຫຍ່ກໍຄືບັນດາຄາດໝາຍສູ້ຊົນທີ່ພັກ ແລະ ລັດຖະບານໄດ້ກໍານົດອອກໄວ້ນັ້ນໃຫ້ປະກົດຜົນເປັນຈິງ.
- ພາຍຫຼັງລວມຕົວແຕ່ປິ 2003 ເປັນຕົ້ນມາ ແຕ່ກ່ອນທະນາຄານພັດທະນາລາວ ມີສໍານັກງານໃຫຍ່ຕັ້ງຢູ່ອາຄານ ເລກທີ 39 ຖະໜົນ ປາງຄໍາ, ບ້ານຊຽງຢືນ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ແລະ ໄດ້ຍ້າຍສໍານັກງານໃຫຍ່ ມາຢູ່ອາຄານເລກທີ 013, ຖະໜົນສຸພານຸວົງ, ບ້ານສີຫອມ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ.
- ຕະຫຼອດໄລຍະທີ່ຜ່ານມາ ທະນາຄານພັດທະນາລາວ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວເພີ່ມຂຶ້ນໃນແຕ່ລະດ້ານຢ່າງຕໍ່ເນື່ອງ ທາງດ້ານບຸກຄະລາກອນ, ວິຊາສະເພາະ ແລະ ໄດ້ຫັນເປັນລະບົບທີ່ທັນສະໄໝນໍາໃຊ້ເຕັກໂນໂລຊີໃໝ່ເຂົ້າໃນວຽກງານນັບມື້ນັບຂະຫຍາຍເມື່ອທຽບໃສ່ແຕ່ກ່ອນ. ເຊິ່ງສະແດງອອກຄື: ທະນາຄານພັດທະນາລາວ ໃນການໃຫ້ບໍລິການສິນເຊື່ອ ເພື່ອສົ່ງເສີມ ແລະ ພັດທະນາວິສະຫະກິດຂະໜາດນ້ອຍ ແລະ ກາງ ໃນທຸກຂະແໜງການເສດຖະກິດ. ແນ່ໃສ່ການສົ່ງເສີມພື້ນຖານເສດຖະກິດຂອງຊາດໃຫ້ມີຄວາມເຂັ້ມແຂງ, ສ້າງວຽກເຮັດງານທໍາໃຫ້ປະຊາຊົນ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ໄດ້ມີການປັບປ່ຽນ ແລະ ພັດທະນາລະບົບຂໍ້ມູນຂ່າວສານຈາກການນໍາໃຊ້ລະບົບ BANK2000 ທີ່ນໍາໃຊ້ມາແຕ່ປີ 2003 ມາເປັນລະບົບ CORE BANKING ທີ່ເອີ້ນວ່າ: T24 ໃນວັນທີ 01/03/2010. ປະຈຸບັນແມ່ນໄດ້ Online ຢູ່ທົ່ວລະບົບ. ໄດ້ເປີດນໍາໃຊ້ການດໍາເນີນທຸລະກໍາ ທາງດ້ານການເງິນຜ່ານລະບົບຕູ້ ATM. ແລະ ເປັນທະນາຄານແຫ່ງທໍາອິດ ທີ່ນໍາໃຊ້ລະບົບ Mobile Banking ໃນຮູບແບບ M-Commerce ຢ່າງເຕັມຮູບແບບ.
ຕິດຕໍ່ພົວພັນ
| Head Office | ||
| Phongsaly | ||
| Luangnamtha | ||
| Luangprabang | ||
| Oudomxay | ||
| Houayxai | ||
| Xayaboury | ||
| Nakhonluang | ||
| Paksun | ||
| Laksao | ||
| Khammouane | ||
| Phonhong | ||
| Xiengkhouang | ||
| Samneua | ||
| Savannakhet | ||
| Sekong | ||
| Salavan | ||
| Pakse | ||
| Attapeu |
ไม่มีความคิดเห็น:
แสดงความคิดเห็น